Call: 021 419255 - 253155

ລູກນອນເດິກ ຄວນມີວິທີແກ້ໄຂແນວໃດ?

ເພື່ອເຮັດໃຫ້ຮ່າງກາຍ ແລະ ສະໝອງຂອງລູກແຂງແຮງ ສິ່ງທີ່ພໍ່ແມ່ຄວນຝຶກລູກແຕ່ລະມື້ກໍ່ຄືການຝຶກໃຫ້ລູກເຂົ້ານອນ ແຕ່ຫົວຄໍ່າ. ແຕ່ສິ່ງທີ່ພໍ່ແມ່ພົບພໍ້ບັນຫາກໍ່ຄືຖ້າລູກລຶ້ງເຂົ້ານອນຊ້າແລ້ວ ເຮົາຈະເຮັດແນວໃດຈຶ່ງຈະຝຶກລູກໄດ້??

ຖ້າຄອບຄົວໃດກໍາລັງພົບກັບບັນຫານີ້ຢູ່ ເຮົາມີວິທີຊ່ວຍເຮັດໃຫ້ລູກເຂົ້ານອນໄວ ແລະ ຕື່ນເຊົ້າຂຶ້ນ ໂດຍໃຊ້ວິທີ ດັ່ງລຸ່ມນີ້:

1.) ປຸກລູກທຸກໆເຊົ້າໃຫ້ໄວຂຶ້ນ 5 ນາທີຈາກໂມງເກົ່າທີ່ລູກເຮົາເຄີຍຕື່ນ. ຕົວຢ່າງ: ລູກເຄີຍຕື່ນ 8 ໂມງເຊົ້າ ເຮົາກະ ປຸກລາວຕື່ນຕອນ 7:55 ໂມງ, ມື້ຕໍ່ມາກໍ່ປຸກລາວ 7:50 ແລະ ມື້ຕໍ່ມາກໍ່ປຸກ 7:45… ໃຫ້ພໍ່ແມ່ເຮັດແບບນີ້ ໄປເລື້ອຍໆ ຈາກທີ່ລູກເຄີຍຕື່ນ 8 ໂມງ ລາວກໍ່ຈະຕື່ນ 7 ໂມງ ຫຼື 6 ໂມງ.

 

2.) ທຸກໆຄັ້ງທີ່ລູກເຮົາຕື່ນເຊົ້າຂຶ້ນ ນັ້ນກໍ່ໝາຍຄວາມວ່າ ລາວຈະເຂົ້ານອນຕອນຄໍ່າໄວຂຶ້ນ.

 

3.) ຖ້າລູກເຮົານອນສວາຍຫຼາຍໂພດ ກໍ່ຈະເຮັດໃຫ້ລູກເຮົາບໍ່ຢາກນອນຕອນກາງຄືນ. ແນະນຳໃຫ້ພໍ່ແມ່ປັບໂມງ ນອນສວາຍຂອງລູກ, ປົກກະຕິແລ້ວເດັກຄວນນອນເວັນບໍ່ໃຫ້ເກີນ 2 ຊົ່ວໂມງ ແລະ ໃຫ້ນອນໃນຊ່ວງ 13:00-16:00 ໂມງ. ຖ້າເຮົາປັບໂມງນອນສວາຍໄດ້ ລູກເຮົາກໍ່ຈະຢາກນອນໄວ ແລະ ເຂົ້ານອນແຕ່ຫົວຄໍ່າ.

 

4.) ສິ່ງໜຶ່ງທີ່ສຳຄັນກໍ່ຄືເຮົາຕ້ອງເບິ່ງເລື່ອງອາຫານແລງຂອງລູກນໍາອີກ. ຖ້າລູກຂອງເຮົາກິນອາຫານທີ່ຍ່ອຍຍາກ ກ່ອນເຂົ້ານອນ ກະເພາະອາຫານຂອງເດັກກໍ່ຈະເຮັດວຽກໜັກ ເຮັດໃຫ້ເດັກຢູ່ຍາກ,​ ບໍ່ສະບາຍທ້ອງ ແລະ ນອນຫຼັບຍາກ. ສະນັ້ນ ຜູ້ປົກຄອງຄວນຄຳນຶງເລື່ອງອາຫານການກິນຂອງລູກໃນທຸກໆຄາບ ໂດຍສະເພາະ ແມ່ນອາຫານຄາບແລງ ໂດຍເລືອກປະເພດອາຫານທີ່ຍ່ອຍງ່າຍໃຫ້ລູກເຊັ່ນ: ປາ, ຜັກ, ແລະ ໝາກໄມ້ ເປັນຕົ້ນ.
ສິ່ງທີ່ຄວນເອົາໃຈໃສ່ທີ່ສໍາຄັນທີ່ສຸດກໍຄືເວລາລູກກ່ອນນອນ 1 ຫາ 2 ຊົ່ວໂມງ, ບໍ່ຄວນໃຫ້ລູກກິນຂອງຫວານເປັນອັນຂາດ.

 

5.) ພໍ່ແມ່ ຄວນກຳນົດໂມງນອນຂອງລູກໃຫ້ເປັນເວລາ. ໃນຊ່ວງທຳອິດລູກໆຂອງເຮົາຍັງຕ້ອງການເວລາໃນ ການປັບໂຕ ແຕ່ຜູ້ເປັນພໍ່ ເປັນແມ່ ກໍ່ຕ້ອງໄດ້ຄ່ອຍປັບໄປໂດຍເລີ່ມຈາກການພາລູກຂຶ້ນຕຽງ ແລະ ເລົ່ານິທານ ກ່ອນນອນ.

 

6.) ຂໍ້ຄວນຫ້າມ: ຫ້າມບໍ່ໃຫ້ລູກຫຼິ້ນ ຫຼື ເຮັດກິດຈະກຳທີ່ໜ້າຕື່ນເຕັ້ນເຊັ່ນ: ເກມໝາກໄລ່, ໝາກລີ້, ເຕະບານ, ຕໍ່ສູ້, ເບິ່ງໜ້າຈໍເອເລັກໂທຣນິກ…

 

ການສ້າງວົງຈອນຊີວິດໃນແຕ່ລະມື້ແມ່ນມີຄວາມສຳຄັນຕໍ່ການພັດທະນາທາງດ້ານຮ່າງກາຍ ແລະ ຈິດໃຈຂອງເດັກຫຼາຍທີ່ສຸດ. ສະນັ້ນ ພໍ່ແມ່ຄວນໃຫ້ຄວາມສຳຄັນໃນຈຸດນີ້ໃຫ້ຫຼາຍເທົ່າທີ່ຈະຫຼາຍໄດ້.

 “ຄວາມຮັກ, ການຍ້ອງຍໍ ແລະ ການຍອມຮັບ” ຄືກະແຈສຳຄັນໃນການລ້ຽງລູກ.

“Love, Praise, and Accept” is the way to raise your child.

ຮຽບຮຽງ ແລະ ຂຽນໂດຍ: ຄູໂຢດ

X