Call: 021 419255 - 253155

ເປື້ອນຫຼາຍເທົ່າໃດປະສົບການຍິ່ງຫຼາຍເທົ່ານັ້ນ

ບົດຄວາມລ້ຽງລູກໃຫ້ສະຫຼາດດ້ວຍ 2 ມືພໍ່ແມ່
ຫົວຂໍ້: ເປື້ອນຫຼາຍເທົ່າໃດ, ປະສົບການຍິ່ງຫຼາຍເທົ່ານັ້ນ.
ພໍ່ແມ່ ຜູ້ປົກຄອງເຄີຍເປັນບໍ່ ເວລາທີ່ເຫັນລູກກຳລັງຫຼິ້ນເປື້ອນ ເຮົາກໍ່ຈັກມັກຫ້າມລູກບໍ່ໃຫ້ເຮັດເຊັ່ນ: ລູກປົດເກີບແລ່ນ ຕາມຂີ້ດິນ ຂີ້ຊາຍ, ລູກເອົາມືຈຸ່ມລົງອ່າງລ້ຽງປາ, ລູກເອົາເກີບມາໃສ່ມື, ລູກເອົາມືຄັ້ນໝາກກ້ວຍ, ລູກເອົາມືຈຸ່ມລົງຖ້ວຍ ແກງ, ລູກຈັບຈອກແກ້ວເອງ, … ສ່ວນໃຫຍ່ຜູ້ເປັນພໍ່ ຫຼື ແມ່ ກໍ່ຈະຫ້າມເພາະ ຢ້ານລູກເປື້ອນ ຫຼື ລູກເຈັບ ແຕ່ທຳມະຊາດຂອງເດັກນ້ອຍກໍ່ຄືການສະສົມປະສົບການດ້ວຍຕົວຂອງເຂົາເອງ ໂດຍສະແດງອອກຜ່ານ ຄວາມຢາກ ຮູ້ຢາກເຫັນ ຢາກທົດລອງ ເພາະວ່າພວກເຂົາຫາກໍ່ເກີດ ແລະ ມືນຕາເບິ່ງໂລກໜ່ວຍນີ້ໄດ້ບໍ່ດົນ.
ສິ່ງທີ່ຜູ້ໃຫຍ່ເຮົາເຫັນວ່າເປັນເລື່ອງເປຶ້ອນເປິ, ບໍ່ສະອາດ, ຮົກຫູຮົກຕາ… ແຕ່ສຳລັບເດັກນ້ອຍແລ້ວ ທຸກສິ່ງທຸກຢ່າງ ແມ່ນເລື່ອງທີ່ແປກ ແລະ ໃໝ່, ເປັນສິ່ງທີ່ໜ້າຊອກຫາ, ເປັນສິ່ງທີ່ໜ້າຕື່ນເຕັ້ນ, ແລະ ເປັນສິ່ງມະຫັດສະຈັນສຳລັບ ເຂົາເຈົ້າ.
ແລ້ວລູກຂອງພວກເຮົາເດເປັນແບບນັ້ນບໍ່ ແນ່ນອນທຳທະຊາດຂອງເດັກນ້ອຍແມ່ນຄືກັນ, ພວກເຂົາກຳລັງຢູ່ໃນຊ່ວງ ໄວອາຍຸແຫ່ງການຮຽນຮູ້ສິ່ງໃໝ່ໆຈາກສະພາບແວດລ້ອມອ້ອມຂ້າງ ແລະ ທຸກສິ່ງທຸກຢ່າງທີ່ຢູ່ອ້ອມຮອບໂຕເຂົາເຈົ້າ. ແນວຄິດຈິດໃຈຂອງພວກເຂົາເຕັມໄປດ້ວຍຄວາມຢາກຮູ້ຢາກເຫັນ ແລະ ຄວາມຕື່ນເຕັ້ນເຊັ່ນ:
ຕື່ນເຕັ້ນກັບການເຫັນໂຕບົ້ງ, ຂີ້ກະເດືອນ, ຕັກກະແຕນ, ແມງກະເບື້ອ, ໂຕມົດ…
ຕື່ນເຕັ້ນກັນການເຫັນນົກບິນຢູ່ເທິງທ້ອງຟ້າ;
ຕື່ນເຕັ້ນກັບສຽງຍົນທີ່ບິນເວີ່ນຢູ່ເທິງທ້ອງຟ້າ;
ຕື່ນເຕັ້ນກັບການເຫັນຝົນຕົກ, ໄດ້ຍິນສຽງຟ້າຮ້ອງ;
ຕື່ນເຕັ້ນກັບການໄດ້ຊີມໝາກໄມ້, ເຂົ້າໜົມ, ແລະ ອາຫານໃໝ່ໆ;
….. ແລະ ອີກຫຼາຍສິ່ງຫຼາຍຢ່າງຢູ່ເທິງໂລກໜ່ວຍນີ້.
ພໍ່ແມ່ ຮູ້ບໍ່ວ່າ ຄວາມຢາກຮູ້ຢາກເຫັນຂອງລູກແມ່ນສ່ວນໜຶ່ງຂອງການຮຽນຮູ້ ລູກຂອງເຮົາຈະສະແດງຄວາມຊອກຮູ້ ຊອກເຫັນຜ່ານການສຳຫຼວດ, ຜ່ານການທົດລອງຕົວຈິງ ດ້ວຍຕົວຂອງເຂົາເອງ; ເວລາພໍ່ແມ່ຫ້າມ ເຂົາກໍ່ຈະບໍ່ຟັງ ເພາະ ເຂົາຕ້ອງການມີປະສົບການດ້ວຍຕົວຂອງເຂົາເອງ. ສິ່ງທີ່ລູກຢາກເຮັດ ຢາກລອງດ້ວຍຕົນເອງ ບາງເທື່ອກໍ່ເຮັດໃຫ້ຕົນ ໂຕຂອງລູກເປື້ອນເປິ, ໂສ້ງເສື້ອປຽກ ມີຮອຍເປື້ອນ ໂດຍສະເພາະແມ່ນເວລາທີ່ລູກມັກໄປຫຼິ້ນດິນຊາຍ, ລະບາຍສີ, ຫຼິ້ນສີນໍ້າ, ນອນເກືອກຫຍ້າ, ເກືອກພື້ນເຮືອນ ຈົນເຮັດໃຫ້ຜູ້ເປັນພໍ່ເປັນແມ່ເຈັບຫົວເປັນປະຈຳ; ແຕ່ຜູ້ປົກຄອງຮູ້ບໍ່ວ່າ ສິ່ງເປຶ້ອນເປິທີ່ຢູ່ເທິງເສື້ອຜ້າ ຫຼື ຕົນໂຕຂອງລູກເຮົາ ລ້ວນແລ້ວແຕ່ແມ່ນການຮຽນຮູ້, ຈິນຕະນາການ ແລະ ຄວາມຄິດ ສ້າງສັນຂອງລູກທັງໝົດ. ເດັກໃນໄວອາຍຸນີ້ ເຂົາບໍ່ສົນໃຈດອກວ່າເສື້ອຂອງເຂົາເຈົ້າຈະເປື້ອນ ຫຼື ສະອາດ ເພາະມັນ ບໍ່ແມ່ນເລື່ອງສຳຄັນສຳລັບເຂົາເຈົ້າ, ສິ່ງທີ່ສຳຄັນສຳລັບເຂົາເຈົ້າ ແມ່ນສິ່ງທີ່ຢູ່ຮອບຕົວທີ່ພວກເຂົາກຳລັງຕື່ນເຕັ້ນໃນ ການຄົ້ນຫາ.
ສະນັ້ນ, ພໍ່ແມ່ ບໍ່ຄວນສະແດງອາການໃຈຮ້າຍ, ຕຳໜິ, ລັງກຽດຕໍ່ພຶດຕິກຳດັ່ງກ່າວຂອງລູກຫຼາຍຈົນເກີນໄປ ເພາະອາດ ຈະເຮັດໃຫ້ລູກເຂົ້າໃຈວ່າ ສິ່ງທີ່ເຂົາກຳລັງເຮັດແມ່ນສິ່ງທີ່ເປັນຄວາມຜິດຮ້າຍແຮງ ແລະ ເປັນການປິດກັ້ນການຮຽນຮູ້ ໂລກອັນກ້ວາງໃຫຍ່ຂອງລູກໂດຍບໍ່ຮູ້ຕົວ.
“ຄວາມຮັກ, ການຍ້ອງຍໍ ແລະ ການຍອມຮັບ” ຄືກະແຈສຳຄັນໃນການລ້ຽງລູກ.
“Love, Praise, and Accept” is the way to raise your child.
ຮຽບຮຽງ ແລະ ຂຽນໂດຍ: ຄູໂຢດ
X