ພໍ່ແມ່ຜູ້ປົກຄອງເຄີຍຄົ້ນຫາຈຸດດີ ແລະ ຈຸດແຂງຂອງລູກຫຼາຍກ່ວາຈຸດອ່ອນ ແລະ ຈຸດພົກຜ່ອງຂອງລູກໃນແຕ່ລະມື້ ຫຼື ບໍ່?
ພໍ່ແມ່ ຜູ້ປົກຄອງເຄີຍເປັນບໍ່ ທີ່ເຮົາມັກວິຕົກກັງວົນກັບພຶດຕິກຳບາງຢ່າງ ຫຼື ຫຼາຍຢ່າງຂອງລູກໃນປະຈຸບັນ ເຊິ່ງພໍ່ແມ່ ຫຼາຍໆຄົນເບິ່ງວ່ານັ້ນເປັນບັນຫາ ເປັນຈຸດອ່ອນ ເປັນຈຸດບຸກຜ່ອງ ເປັນຈຸດດ້ອຍຂອງລູກ… ເມື່ອພໍ່ແມ່ຮູ້ສຶກແບບນີ້ ແລ້ວ ຍິ່ງເຮັດໃຫ້ພໍ່ແມ່ເປັນຫ່ວງ ແລະ ກັງວົນໃຈຕະຫຼອດເວລາວ່າຈະເຮັດແນວໃດ ຫຼື ຈະມີວິທີແກ້ໄຂແນວໃດດີ ກັບພຶດຕິກຳທີ່ບໍ່ເປັນດັ່ງໃຈຂອງພໍ່ແມ່.
- ລູກເປັນເດັກບໍ່ກ້າສະແດງອອກ
- ລູກເປັນເດັກຂີ້ອາຍ
- ລູກເປັນເດັກຂີ້ຫວງເຄື່ອງ
- ລູກເປັນເດັກຮຽນບໍ່ເກັ່ງ
- ລູກເປັນເດັກເອົາແຕ່ໃຈ
- ລູກເປັນເດັກຂີ້ດື້
- ລູກເປັນເດັກມັກຖຽງຄວາມ
- ລູກເປັນເດັກມັກໂວຍວາຍ
- ລູກເປັນເດັກງໍແງ
ເມື່ອເຫັນລູກມີລັກສະນະທ່າທາງແບບນີ້ ທີ່ພໍ່ແມ່ເຫັນວ່າເປັນບັນຫາໃຫຍ່ຂອງລູກທີ່ຕ້ອງໄດ້ຮັບການແກ້ໄຂຢ່າງເລັ່ງ ດ່ວນ ພໍ່ແມ່ກໍ່ຈະອຸກໃຈຫຼາຍ ແລະ ພະຍາຍາມໃຊ້ທຸກວິທີເພື່ອປັບປ່ຽນພຶດຕິກຳຂອງລູກໃຫ້ດີຂຶ້ນເຊັ່ນ:
ຊອກວິທີໃຫ້ລູກເປັນເດັກກ້າສະແດງອອກຫຼາຍຂຶ້ນ
ຊອກວິທີໃຫ້ລູກເອົາແຕ່ໃຈໜ້ອຍລົງ
ຊອກວິທີໃຫ້ລູກຂີ້ດື້ໜ້ອຍລົງ
ຊອກວິທີໃຫ້ລູກຮຽນເກັ່ງຂຶ້ນ
ຊອກວິທີໃຫ້ລູກຟັງຄວາມພໍ່ແມ່ຫຼາຍຂຶ້ນ
……………………………….
ແຕ່ພໍ່ແມ່ ຮູ້ບໍ່ວ່າ ສິ່ງທີ່ພໍ່ແມ່ກຳລັງອຸກໃຈກັບເລື່ອງຈຸດດ້ອຍເລົ່ານີ້ຂອງລູກ ແລະ ເຫັນເປັນບັນຫາໃຫຍ່ນັ້ນ ລູກຂອງ ເຮົາພັດບໍ່ໄດ້ຮູ້ເລື່ອງຮູ້ລາວຫຍັງ ຫຼື ກັງວົນໃຈໃນເລື່ອງນີ້ເລີຍ ເພາະລູກຍັງນ້ອຍເກີນກວ່າຈະເຂົ້າໃຈໃນສິ່ງທີ່ເຂົາຍັງບໍ່ ເຫັນວ່າມັນເປັນເລື່ອງສຳຄັນສຳລັບຊີວິດຂອງເຂົາ. ສິ່ງທີ່ລູກຕ້ອງການໃນໄວເດັກກໍ່ຄືການຕ້ອງການ “ການຍອມຮັບ” ຈາກຄົນທີ່ເຂົາຮັກ ກໍ່ຄືພໍ່ແມ່ ແລະ ຄົນໃນຄອບຄົວນັ້ນເອງ.
ລູກຂອງເຮົາຕ້ອງການເປັນຄົນສຳຄັນ ເປັນທີ່ຮັກ ແລະ ເປັນຄົນທີ່ມີຄວາມໝາຍສຳລັບພໍ່ແມ່ ແລະ ຄົນໃນຄອບຄົວ. “ຄວາມຮັກ” ຈາກພໍ່ແມ່ທີ່ລູກສຳພັດໄດ້ ຈະຊ່ວຍເສີມສ້າງໃຫ້ລູກມີຄວາມໝັ້ນໃຈໃນໂຕເອງ ແລະ ມີຄວາມພາກພູມໃຈ ໃນຕົວເອງ ພ້ອມທີ່ຈະຍ່າງກ້າວໄປຂ້າງໜ້າ ແລະ ປະເຊີນກັບບັນຫາຕ່າງໆທີ່ຈະເກີດຂຶ້ນໃນອະນາຄົດດ້ວຍຄວາມ ເອກອ້າງທະນົງໃຈ.
ເມື່ອພໍ່ແມ່ ສາມາດມອບໃນສິ່ງທີ່ລູກຕ້ອງການໄດ້ແລ້ວ ລູກກໍ່ຈະເປັນເດັກທີ່ສາມາດພັດທະນາໃຫ້ເຕີບໃຫຍ່ໃນດ້ານ ອື່ນທີ່ພໍ່ແມ່ຕ້ອງການໄດ້ໃນອະນາຄົດ. ບັນຫາຕ່າງໆ ທີ່ພໍ່ແມ່ອຸກໃຈ ຈະສາມາດເອົາຊະນະໄດ້ດ້ວຍ “ຄວາມຮັກ” ທີ່ພໍ່ ແມ່ ມີໃຫ້ລູກ.
ການໃຊ້ຄວາມຮັກຂອງພໍ່ແມ່ ເປັນເຄື່ອງມືທີ່ດີທີ່ສຸດໃນການຊອກຫາ ຂໍ້ດີ-ຈຸດແຂງ ໃນໂຕລູກຂອງເຮົາ. ພໍ່ແມ່ ແລະ ຄົນໃນຄອບຄົວຕ້ອງພະຍາຍາມເບິ່ງຂໍ້ດີຂອງລູກຫຼານເຮົາຫຼາຍກວ່າເບິ່ງຈຸດອ່ອນ ຫຼື ຈຸດດ້ອຍທີ່ລູກເປັນ; ເມື່ອເຮົາ ເຫັນຈຸດແຂງຂອງລູກເຮົາແລ້ວ ກໍ່ຢ່າລືມໝັ່ນຍ້ອງຍໍສັນລະເສີນໃຫ້ຫຼາຍໆ ເພື່ອໃຫ້ລູກຮູ້ວ່າສິ່ງນີ້ຄືສິ່ງທີ່ພໍ່ແມ່ມັກ ແລະ ປະທັບໃຈໃນໂຕຂອງລູກ ແລະ ລາວກໍ່ຈະໝັ່ນເຮັດສິ່ງນີ້ (ຈຸດດີ) ຫຼາຍຂຶ້ນກວ່າເກົ່າ ເພື່ອໃຫ້ພໍ່ແມ່ມີຄວາມພາກພູມໃຈ ໃນໂຕຂອງລູກເພີ່ມຂຶ້ນໄປເລື້ອຍໆ.
ຕົວຢ່າງ:
- ລູກບໍ່ມັກຂຽນໜັງສື ຫຼື ຂຽນບໍ່ງາມ ແຕ່ລາວພັດເກັ່ງຄະນິດສາດ: ໃຫ້ພໍ່ແມ່ເບິ່ງຈຸດແຂງຂອງລູກ ກໍ່ຄືລາວ “ເກັ່ງຄະນິດ ສາດ” ພໍ່ແມ່ກໍ່ຄວນຍອມຮັບ ແລະ ຍ້ອງຍໍລູກວ່າ: ລູກໄລ່ເລກເກັ່ງແທ້ ແມ່ເອົາໂຈດໃຫ້ບໍ່ຮອດ 5 ນາທີ ລູກກໍ່ເຮັດແລ້ວ ຊົມເຊີຍລູກເດີ ເຮັດໄດ້ດີຫຼາຍ…
- ລູກເປັນເດັກຂີ້ອາຍ ແຕ່ລູກເປັນເດັກຈິດໃຈດີງາມ ຮູ້ຈັກແບ່ງປັນ: ໃຫ້ພໍ່ແມ່ເບິ່ງຈຸດແຂງຂອງລູກ ກໍ່ຄືລາວ “ຮູ້ຈັກແບ່ງປັນ” ພໍ່ແມ່ກໍ່ຄວນຍອມຮັບ ແລະ ຍ້ອງຍໍລູກວ່າ: ລູກຮູ້ຈັກແບ່ງປັນເຂົ້າໜົມ ແລະ ເຄື່ອງຫຼິ້ນໃຫ້ໝູ່ ແບບນີ້ ໝູ່ລູກຄືຊິດີໃຈ ແລະ ຮັກລູກຫຼາຍເນາະ!! ພໍ່ພູມໃຈຫຼາຍເດທີ່ເຫັນລູກເປັນຄົນຈິດໃຈດີງາມແບບນີ້ ພໍ່ແມ່ຮັກລູກ ຫຼາຍໆເດີ…
- ລູກເປັນເດັກມັນຖຽງຄວາມ ແຕ່ລູກເປັນເດັກທີ່ມີຄວາມຮັບຜິດຊອບໃນວຽກທີ່ພໍ່ແມ່ມອບໃຫ້: ໃຫ້ພໍ່ແມ່ເບິ່ງຈຸດ ແຂງຂອງລູກ ກໍ່ຄືລາວ “ເປັນເດັກມີຄວາມຮັບຜິດຊອບ” ພໍ່ແມ່ກໍ່ຄວນຍອມຮັບ ແລະ ຍ້ອງຍໍລູກວ່າ: ຂອບໃຈ ລູກຫຼາຍໆເດີທີ່ຫົດຕົ້ນໄມ້ທຸກໆມື້ ເຖິງວ່າລູກຈະໄປຫຼິ້ນກັບໝູ່ຈົນຮອດຄໍ່າ ແຕ່ລູກກະບໍ່ລືມຫົດນໍ້າຕົ້ນໄມ້, ຕົ້ນໄມ້ ໃບຫຍ້າເຮົາຄືຊິດີໃຈ ຫຼາຍທີ່ໄດ້ຮັບຄວາມຊຸມຊື່ນຈາກລູກທຸກໆມື້, ລູກເຮັດໄດ້ດີຫຼາຍ ຊົມເຊີຍ ເດີລູກ…
“ຄວາມຮັກ, ການຍ້ອງຍໍ ແລະ ການຍອມຮັບ” ຄືກະແຈສຳຄັນໃນການລ້ຽງລູກ.
“Love, Praise, and Accept” is the way to raise your child.
ຮຽບຮຽງ ແລະ ຂຽນໂດຍ: ຄູໂຢດ