Call: 021 419255 - 253155

ພໍ່ແມ່ຄືຕົ້ນແບບທີ່ລູກຮຽນແບບແມ່ນ ຫຼື ບໍ່?

ພໍ່ແມ່ ຜູ້ປົກຄອງຕ້ອງການໃຫ້ລູກຂອງເຮົາໃຫຍ່ຂຶ້ນມາເປັນຜູ້ໃຫຍ່ແບບໃດ?
ຄິິດວ່າພໍ່ແມ່ ຫຼາຍໆທ່ານຄືຊິຢາກໃຫ້ລູກ ເຮົາມີນິໄສ ຫຼື ມີພຶດຕິກຳເປັນດັ່ງທີ່ໃຈພໍ່ແມ່ຕ້ອງການແມ່ນບໍ່? ແຕ່ການກະທຳຂອງພໍ່ແມ່ ບາງເທື່ອອາດຈະຂັດກັບສິ່ງ ທີ່ເຮົາປາຖະໜາຢາກໃຫ້ລູກເປັນເຊັ່ນ:

  • ຢາກໃຫ້ລູກເປັນຄົນບໍ່ຂີ້ຕົວະ ແຕ່ ພໍ່ແມ່ພັດບໍ່ເຄີຍຮັກສາສັນຍາກັບລູກຈັກເທື່ອ!!
  • ຢາກໃຫ້ລູກເປັນຄົນໃຈເຢັນ ບໍ່ຫງຸດຫງິດງ່າຍ ແຕ່ ພໍ່ແມ່ ແລະ ຄົນໃນຄອບຄົວ ພັດມີແຕ່ສະແດງອາລົມ ຮ້ອນໃສ່ກັນ!!
  • ຢາກໃຫ້ລູກເປັນຄົນມັກອ່ານປຶ້ມ ແຕ່ ພໍ່ແມ່ ພັດຫຼິ້ນມືຖືໃຫ້ລູກເຫັນເປັນປະຈຳ!!
  • ຢາກໃຫ້ລູກເປັນຄົນມີນໍ້າໃຈ ເອື້ອເຟື້ອ ເພື່ອແຜ່ ແຕ່ພໍ່ແມ່ ພັດບໍ່ເຄີຍສະແດງຄວາມມີນໍ້າໃຈ ຫຼື “ແບ່ງປັນ” ໃຫ້ຄົນອ້ອມຂ້າງ!!
  • ຢາກໃຫ້ລູກເປັນຄົນທີ່ເວົ້າມ່ວນ ແຕ່ ພໍ່ແມ່ພັດມີແຕ່ຮ້າຍ ແລະ ໃຊ້ອາລົມກັບລູກ!!

ພໍ່ແມ່ ຮູ້ຫຼື ບໍ່ວ່າ ສິ່ງທີ່ພໍ່ແມ່ເຮັດລົງໄປ ໂດຍຮູ້ໂຕ ຫຼື ບໍ່ຮູ້ໂຕ ມັນກະກາຍເປັນສິ່ງທີ່ລູກກຳລັງຮັບເອົາຂໍ້ມູນດັ່ງກ່າວ ແລະ ສະສົມໄວ້ໃນຕົວຂອງເຂົາ, ຫຼັງຈາກນັ້ນ ເມື່ອເຂົາເລີ່ມເຕີບໃຫຍ່ ພວກເຂົາກໍ່ຈະມີພຶດຕິກຳ ຫຼື ຮຽນແບບໃນສິ່ງທີ່ເຂົາ ເຫັນ ແລະ ເຂົາໄດ້ສຳພັດຈາກປະສົບການຜ່ານມາ.

ວິທີທີ່ດີທີສຸດ ໃນການສ້າງລູກໃຫ້ເປັນດັ່ງທີ່ໃຈພໍ່ແມ່ຕ້ອງການ ກໍ່ຄືພໍ່ແມ່ຕ້ອງເຮັດໃນສິ່ງນັ້ນສາກ່ອນ ເພື່ອເປັນຕົວຢ່າງ ທີ່ດີໃຫ້ລູກປະຕິບັດຕາມ ແລ້ວລູກກໍ່ຈະເຕີບໃຫຍ່ຂຶ້ນມາເປັນຜູ້ໃຫຍ່ໃນແບບທີ່ພໍ່ແມ່ມີຄວາມພາກພູມໃຈ.

  • ເມື່ອຢາກໃຫ້ລູກເປັນຄົນບໍ່ຂີ້ຕົວະ ຫຼື ຮັກສາສັດຈະ ພໍ່ແມ່ ກໍ່ຕ້ອງຮູ້ຈັກຮັກສາສັນຍາ ຫຼື ສັດຈະ ກັບລູກ ແລະ ຄົນອ້ອມຂ້າງສາກ່ອນ.
  • ເມື່ອຢາກໃຫ້ລູກເປັນຄົນໃຈເຢັນ ຫຼື ບໍ່ຫງຸດຫງິດງ່າຍ ພໍ່ແມ່ກໍ່ຕ້ອງບໍ່ສະແດງອາການໃຈຮ້ອນ ໃຈຮ້າຍງ່າຍ ຫງຸດຫງິດງ່າຍກັບລູກ ແລະ ຄົນໃນຄອບຄົວ.
  • ເມື່ອຢາກໃຫ້ລູກເປັນຄົນມັກຮັກໃນການອ່ານ ພໍ່ແມ່ກໍ່ຕ້ອງອ່ານປຶ້ມໃຫ້ລູກເຫັນເປັນປະຈຳ.
  • ເມື່ອຢາກໃຫ້ລູກເປັນຄົນມີນໍ້າໃຈ ແລະ ຮູ້ຈັກແບ່ງປັນ ພໍ່ແມ່ກໍ່ຕ້ອງມີນໍ້າໃຈກັບຄົນອ້ອມຂ້າງ ແລະ ຊ່ວຍເຫຼືອຄົນອື່ນເປັນປະຈຳ ລູກກໍ່ຈະຮຽນຮູ້ “ການໃຫ້” ແລະ “ສະແດງຄວາມມີນໍ້າໃຈ” ກັບຄົນອື່ນ ຄືກັນກັບພໍ່ແມ່.
  • ເມື່ອຢາກໃຫ້ລູກເປັນຄົນທີ່ເວົ້າມ່ວນທຸກໆຄົນ ພໍ່ແມ່ກໍ່ຕ້ອງເວົ້າມ່ວນໆກັບລູກ ແລະ ຄົນອ້ອມຂ້າງສາກ່ອນ.

ການເຮັດໂຕເປັນແບບຢ່າງທີ່ດີຂອງພໍ່ແມ່ ເປັນສິ່ງທີ່ຊ່ວຍໃຫ້ລູກໄດ້ຮຽນຮູ້ຫຼາຍກວ່າຄຳສັ່ງສອນ ເພາະພຶດຕິກຳຂອງ ເດັກນ້ອຍເກີດຈາກການຮຽນແບບຄົນທີ່ເບິ່ງແຍງລ້ຽງດູເຂົາເຈົ້າ ໂດຍສະເພາະແມ່ນຄົນທີ່ໃກ້ຊິດທີ່ສຸດ.

(ແຫຼ່ງຂໍ້ມູນ: ປຶ້ມ IQ EQ ລູກປູກໄດ້)

 

X