Call: 021 419255 - 253155

ສໍາເລັດການຝຶກອົບຮົມພໍ່ແມ່ນັກຮຽນຊິຈິດະປະຈໍາເດືອນມີນາ ປີ 2021

ສໍາເລັດການຝຶກອົບຮົມພໍ່ແມ່ຜູ້ປົກຄອງຊິຈິດະ ແລະ ພໍ່ແມ່ຜູ້ປົກຄອງທົ່ວໄປໃນວັນທີ 27/03/2021 (ວັນເສົາ) ທີ່ສູນພັດທະນາສະໝອງເດັກ ຊິຈິດະ.
♦️ສໍາເລັດການຝຶກອົບຮົມພໍ່ແມ່ຜູ້ປົກຄອງຊິຈິດະ ແລະ ພໍ່ແມ່ຜູ້ປົກຄອງທົ່ວໄປປະຈໍາເດືອນມີນາ.
♦️ທ່ານ ອາວເບີດ ໄອສະຕາຍ (Albert Einstein) ນັກວິທະຍາສາດ ຊື່ດັງລະດັບໂລກເພິ່ນເວົ້າວ່າ: “ສິ່ງທີ່ແທ້ຈິງຂອງສະຕິປັນຍານັ້ນຫາກບໍ່ແມ່ນຄວາມຮູ້, ແຕ່ແມ່ນຈິນຕະນາການອັນລໍ້າເລີດ” (The true sign of intelligence is not knowledge but imagination by Albert Einstein)
♦️ການຝຶກຝົນຈິນຕະນາການໃຫ້ລູກນັ້ນເປັນການພັດທະນາສະໝອງເບື້ອງຂວາ (Right Brain Education) ທີ່ສ້າງໃຫ້ລູກມີຄວາມສະຫຼາດເໜືອຂີດຈໍາກັດຫຼາຍໆຢ່າງຄື:
1. ຄວາມຄິດສ້າງສັນເປັນເລີດ.
2. ຄົ້ນຄິດໄອເດຍໃໝ່ໆທີ່ໂດດເດັ່ນໄດ້ແບບບໍ່ຄືຜູ້ໃດ.
3. ແກ້ໄຂບັນຫາໄດ້ຢ່າງວ່ອງໄວ, ຖືກຕ້ອງ ແລະ ມີປະສິດທິຜົນສູງ.
4. ມີສັນຊາດຕະຍານສູງ ປະຢັດເວລາໃນການຕັດສິນໃຈ ໂດຍບໍ່ຈໍາເປັນຕ້ອງໃຊ້ເຫດຜົນມາວິເຄາະ.
5. ມີພະລັງລະດັບຈິດໃຕ້ສໍານຶກສາມາດເຂົ້າໃຈສິ່ງທີ່ເລິກເຊິ່ງ, ສິ່ງທີ່ຍາກ ແລະ ສັບສົນໄດ້.
6. ສະມາທິສູງ.
7. ຄວາມຈໍາເປັນເລີດ.
8. ຄິດໄລ່ເລກໃນໃຈໄດ້ໄວແບບຄອມພິວເຕີ.
9. ເກັ່ງກິລາ, ດົນຕີ ແລະ ແຕ້ມຮູບ.
10. ສາມາດອ່ານປຶ້ມ ແລະ ອ່ານຂໍ້ມູນໄດ້ໄວ.
X