Call: 021 419255 - 253155

ຄໍາເຫັນຈາກຜູ້ປົກຄອງແມ່ນ້ອງມິດ້າ ແລະ ນ້ອງມິວລີ້

“ປະຕິເສດເລີຍບໍ່ໄດ້ວ່າ ເອື້ອຍ ມິດ້າ (ປະຈຸບັນອາຍຸ 7 ປີ) ສະໝອງໄວ, ເກັ່ງເລກ ແລະ ສາມາດຮຽນຮູ້ສິ່ງຕ່າງໆໄດ້ໄວ, ສ່ວນໜຶ່ງແມ່ນມາຈາກການກະຕຸ້ນສະໝອງຈາກສູນ ຊິຈິດະ, ຜູ້ເປັນນ້ອງ ມິວລີ້ ຢາກຮຽນເກັ່ງກ່ວາເອື້ອຍກໍຕ້ອງໄດ້ມາໄວກ່ວາອີກ” ນີ້ເປັນຄໍາເວົ້າຜູ້ປົກຄອງຂອງນ້ອງມິດ້າ ທີ່ໄດ້ເຄີຍມາຮຽນຢູ່ ຊິຈິດະ ກັບຄູເຊັ່ງ ສອນເອງ ຕັ້ງແຕ່ຕອນອາຍຸ 1 ປີ 9 ເດືອນ ຫາ ອາຍຸ 4 ປີ. ຍ້ອນເຫັນພັດທະນາການຂອງເອື້ອຍ, ແມ່ຂອງເພິ່ນຈຶ່ງໄດ້ເອົານ້ອງ ມິວລີ້ ເຊິ່ງຜູ້ເປັນນ້ອງ ມາຮຽນຕັ້ງແຕ່ຕອນ 6 ເດືອນຂຶ້ນໄປ.

ສໍາລັບນ້ອງມິວລີ້ ຫາກໍມາເຂົ້າຮຽນຊິຈິດະ ຍັງບໍ່ທັນຮອດ 1 ປີ, ອາດຈະບໍ່ທັນເຫັນພັດທະນາການທີ່ໂດດເດັ່ນໄດ້ເທື່ອ. ແຕ່ນ້ອງ ມິດ້າ ທີ່ໄດ້ຮຽນມາດົນຈຶ່ງເຫັນພັດທະນາການຢ່າງຊັດເຈນ, ນັ້ນກໍຄືອ່ານພາສາລາວໄດ້ດີ, ມີຄວາມຈໍາທີ່ດີ, ເຖິງວ່າແມ່ຈະບໍ່ຄ່ອຍມີເວລາສອນວິຊາຄະນິດສາດຢູ່ບ້ານໃຫ້ແກ່ນ້ອງ, ແຕ່ນ້ອງມິດ້າ ກໍເກັ່ງເລກ ແລະ ຄິດໄລ່ເລກໄດ້ດີຫຼາຍຢູ່ໃນໂຮງຮຽນປະຈໍາ.

ແມ່ຂອງນ້ອງມິດ້າ ແລະ ມິວລີ້ ເພິ່ນເປັນເຈົ້າຂອງໂຮງຮຽນອະນຸບານ 2​ ແຫ່ງ, ຈຶ່ງຮູ້ດີ ແລະ ຮູ້ເລິກວ່າ: ການສຶກສາຂອງເດັກນັ້ນ, ຍິ່ງນ້ອຍເທົ່າໃດ ຍິ່ງດີ, ຍິ່ງນ້ອຍເທົ່າໃດ ຍິ່ງໄດ້ປະສິດທິຜົນສູງ, ຍິ່ງນ້ອຍເທົ່າໃດ, ຍິ່ງໄດ້ຄຸນະພາບສູງ. ເພິ່ນເປັນບຸກຄົນແມ່ຕົ້ນແບບທີ່ມີຄວາມຈິງຈັງ, ຈູບຈ້າວຫ້າວຫັນ, ເອົາໃຈໃສ່ໃນການລ້ຽງລູກ, ຖະໜຸຖະໜອມ, ເບິ່ງແຍງດູແລດ້ວຍຕົວຂອງເພິ່ນເອງ. ທຸກໆຄັ້ງເພິ່ນຈະພານ້ອງມິວລີ້ ມາ ສູນຊິຈິດະ ແລະ ພານ້ອງຂຶ້ນຫ້ອງເອງ.

ເພິ່ນໄດ້ໃຫ້ຂໍ້ຄິດທີ່ດີຫຼາຍໆໃຫ້ແກ່ການພັດທະນາ ສູນ ຊິຈິດະ ຂອງພວກເຮົາ, ເພິ່ນໄດ້ໃຫ້ຄໍາແນະນໍາວ່າ: “ອາທິດໜຶ່ງພາລູກມາຮຽນພຽງແຕ່ 1 ຊົ່ວໂມງເທົ່າໃດ, ເພາະສະນັ້ນຢາກໃຫ້ພໍ່ແມ່ຜູ້ປົກຄອງເອົາໃຈໃສ່ເປັນພິເສດ ໃນການພາລູກເຮັດກິດຈະກໍາຕ່າງໆໃນຫ້ອງຮຽນ ຊິຈິດະ, ເພາະທີ່ຜ່ານມາຍັງເຫັນຫຼາຍຄົນ ນັ່ງຢູ່ທາງຫຼັງລູກຢູ່ກໍຈິງ ແຕ່ມັກຫຼິ້ນໂທລະສັບມືຖື, ເຊິ່ງບໍ່ເໝາະສົມປານໃດ, ບາງເທື່ອກໍເຫັນບາງຄົນຈັບໂທລະສັບ ມາເວົ້າຢູ່ໃນຫ້ອງຮຽນເລີຍ ເຊິ່ງເປັນພຶດຕິກໍາ ທີ່ບໍ່ເໝາະສົມ ເພາະມັນຈະເປັນການລົບກວນຜູ້ອື່ນ ໂດຍສະເພາະແມ່ນນັກຮຽນນັ້ນເອງ. ທາງຄູເຊັ່ງ, ຜູ້ບໍລິຫານຄົນອື່ນໆ ແລະ ສາວຄູເອງກໍເຫັນດີ ແລະ ສະໜັບສະໜັບຄໍາແນະນໍາຂອງແມ່ນ້ອງມິດ້າ ແລະ ນ້ອງມິວລີ້ ເພາະວ່າ ຖ້າເຮົາຫຼິ້ນມືຖື ແລະ ເບິ່ງມືຖືເວລານັ່ງຢູ່ທາງຫຼັງລູກໃນຫ້ອງຮຽນ ຊິຈິດະ ແລ້ວ, ເຖິງວ່າມັນຈະເປັນເວລາພຽງແຕ່ໜ້ອຍດຽວກໍຕາມ, ແຕ່ມັນອາດຈະໄປຫຼຸດຜ່ອນພະລັງງານແຫ່ງການສ້າງຄວາມຮັກ ຄວາມສໍາພັນລະຫວ່າງແມ່ ແລະ ລູກຢູ່ໃນຫ້ອງຮຽນໄປ ບໍ່ຫຼາຍ ກໍ ໜ້ອຍ”. ອາທິດໜຶ່ງມີພຽງແຕ່ 1​ ຊົ່ວໂມງເທົ່ານັ້ນ, ຈົ່ງໃຊ້ສິດ 1 ຊົ່ວໂມງນີ້ໃຫ້ເກີດປະສິດທິຜົນສູງສຸດ, ໃນການເຮັດກິດຈະກໍາກັບລູກ, ໃຫ້ຄວາມຮັກ ຄວາມອົບອຸ່ນ ແລະ ສ້າງຄວາມຜູກພັນອັນແໜ້ນແຟ້ນກັບລູກແບບຈິງຈັງທີ່ສຸດ, ແລ້ວທ່ານຈະເຫັນຜົນລັບຢ່າງໜ້າມະຫັດສະຈັນ.

ທາງສູນ ຊິຈິດະ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈເປັນຢ່າງຍິ່ງມາຍັງຜູ້ປົກຄອງແມ່ນ້ອງມິດ້າ ແລະ ນ້ອງມິວລີ້ມາໃນໂອກາດນີ້ດ້ວຍທີ່ໄດ້ສະແດງຄວາມຄິດຄວາມເຫັນ ຢ່າງເປີດເຜີຍ ແລະ ກົງໄປກົງມາ, ເຮັດໃຫ້ພໍ່ແມ່ຜູ້ປົກຄອງຫຼາຍໆຄົນ ຫຼັງຈາກໄດ້ອ່ານບົດຄວາມນີ້ແລ້ວ,​ ຈະເປີດໃຈປ່ຽນແປງຄວາມຄິດ (Mindset) ບໍ່ຫຼິ້ນມືຖືໃນຫ້ອງຮຽນ ຊິຈິດະ ເພື່ອຫັນມາເຮັດກິດຈະກໍາກັບລູກແບບສ້າງສັນ ແລະ ມ່ວນຊື່ນ ເໝືອນດັ່ງທຸກໆເວລານາທີມີຄວາມໝາຍກັບຊີວິດທີ່ສຸດເລີຍ.

 

X