ມື້ວັນທີ 17/12/2020 (ວັນສຸກ) ເປັນອີກມື້ໜຶ່ງທີ່ຜູ້ບໍລິຫານ, ສາວຄູ ແລະ ພໍ່ແມ່ນັກຮຽນຊິຈິດະ ໄດ້ມາພົບປະໂອ້ລົມສົນທະນາກັນ (Parents Talk) ຈຸດປະສົງຫຼັກເພື່ອແບ່ງປັນຂໍ້ມູນໃນການພັດທະນານັກຮຽນ ຊິຈິດະ ໃຫ້ສະຫຼາດກ້າວໄກ ແລະ ພັດທະນາຂຶ້ນໄປຢ່າງບໍ່ຢຸດຢັ້ງ.
ໃນການພົບປະໂອ້ລົມກັນ, ກ່ອນອື່ນແມ່ນສາວຄູໄດ້ສົ່ງບົດລາຍງານຜົນການຮຽນໃຫ້ພໍ່ແມ່ຜູ້ປົກຄອງໂດຍການສະຫຼຸບກ່ຽວກັບການຮຽນຂອງນັກຮຽນ, ຈຸດດີ, ຈຸດແຂງ, ຈຸດອ່ອນ ແລະ ສິ່ງທ້າທາຍ. ພ້ອມກັບຄໍາແນະນໍາວິທີຝຶກຝົນລູກຢູ່ບ້ານໃຫ້ແກ່ຜູ້ປົກຄອງ. ຫຼັງຈາກນັ້ນ ຜູ້ບໍລິຫານຈະສອບຖາມກ່ຽວກັບທີ່ຜ່ານ ຫຼັງຈາກຮຽນ ຊິຈິດະ ແລ້ວມີພັດທະນາການ ແລະ ການປ່ຽນແປງຄືແນວໃດ? ແລະ ໃຫ້ພໍ່ແມ່ນັກຮຽນອອກຄວາມຄິດຄວາມເຫັນກ່ຽວກັບສິ່ງທ້າທາຍ ແລະ ສິ່ງທີ່ຄວນປັບປຸງ ເພື່ອເອົາໄປເປັນແນວທາງພັດທະນາສູນ ຊິຈິດະ ຕໍ່ໄປ.
ມື້ນີ້ເອງຄູເຊັ່ງໄດ້ມີໂອກາດໂອ້ລົມສົນທະນາກັບແມ່ອ້າຍບອຍ (ປະຈຸບັນອາຍຸ 8 ປີ) ແລະ ແມ່ອ້າຍບອສ (ປະຈຸບັນອາຍຸ 3 ປີ 11 ເດືອນ). ແມ່ອ້າຍບອຍ ແລະ ອ້າຍບອສກໍໄດ້ເລົ່າເລື່ອງລາວຕ່າງໆກ່ຽວກັບພັດທະນາການຂອງລູກທັງສອງໃຫ້ຄູເຊັ່ງຟັງຄືດັ່ງລຸ່ມນີ້
ອ້າຍບອຍຜູ້ເປັນອ້າຍ ມາຮຽນ ຊິຈິດະ ຕອນ ອາຍຸ 3 ປີ ຫາ 6 ປີ ເຄິ່ງຈົນສອບເສັງຈົບຫຼັກສູດ ໄດ້ໃບປະກາດ: ກ່ອນອ້າຍບອຍມາຮຽນ ຊິຈິດະ ຕອນອາຍຸ 1 ປີ ຫາ 2 ປີ 11 ເດືອນ. ຈະສັງເກດເຫັນວ່າ ຜົນການຮຽນຢູ່ໂຮງຮຽນອະນຸບານບໍ່ຄ່ອຍດີປານໃດ ແລະ ໃຊ້ຊີວິດຢູ່ບ້ານແບບບໍ່ຮູ້ຈັກຫຍັງ, ເຫັນວ່າ ສະໝອງຊ້າ, ເຄື່ອນໄຫວຊ້າ ແລະ ຂາດແຮງຈູງໃຈໃນການເຮັດສິ່ງຕ່າງໆຢ່າງກະຕືລືລົ້ນ. ແຕ່ຫຼັງຈາກເລີ່ມຕົ້ນເຂົ້າຮຽນ ຢູຊິຈິດະ ຕັ້ງແຕ່ 3 ປີຂຶ້ນໄປ, ເປັນເລື່ອງທີ່ມະຫັດສະຈັນຫຼາຍທີ່ອ້າຍບອຍ ສະໝອງໄວຂຶ້ນ, ສະຫຼາດຂຶ້ນ, ຄວາມຈໍາດີຂຶ້ນ, ຜົນການຮຽນຖ້າທຽບໃສ່ຫ້ອງຮຽນລ້ຽງເດັກຮອດອະນຸບານສອງ ແລ້ວຂຶ້ນມາອະນຸບານສາມ ເຫັນວ່າຜົນການຮຽນຢູ່ອະນຸບານສາມ, ຫຼັງຈາກມາທີ່ໄດ້ມາຮຽນຢູ່ຫ້ອງຮຽນ ຊິຈິດະ ແມ່ນໂດດເດັ່ນ ຮຽນເກັ່ງຂຶ້ນຫຼາຍກ່ວາແຕ່ກ່ອນ. ຫຼັງຈາກທີ່ເຂົ້າຮຽນຊັ້ນປະຖົມ ປ. 1 ຫາ ປ.3 ປະກົດການອ້າຍບອຍມີພອນສະຫວັນເລື່ອງ ວິຊາຄະນິດສາດ, ສະໝອງໄວເລື່ອງຄິດໄລ່ເລກຫຼາຍ.
ສ່ວນອ້າຍບອສຜູ້ເປັນນ້ອງຊາຍ ມາຮຽນ ຊິຈິດະ ຕອນ ອາຍຸ 6 ເດືອນ ມາຮອດປະຈຸບັນ ອາຍຸ 3 ປີ 10 ເດືອນ ຍັງສືບຕໍ່ຮຽນ. ຍ້ອນມາຮຽນ ຊິຈິດະ ຕັ້ງແຕ່ຍັງນ້ອຍໆ ອ້າຍບອສ ຈະເປັນຄົນທີ່ເກັ່ງດ້ານການສື່ສານ, ຖ້າທຽບກັບເດັກນ້ອຍທົ່ວໄປ ແມ່ນອ້າຍບອສ ສາມາດໂອ້ລົມສົນທະນາຕອບຄໍາຖາມ ກັບຜູ້ໃຫຍ່ໄດ້ຢ່າງມະຫັດສະຈັນ, ລົມກັບຜູ້ໃຫຍ່ຮູ້ເລື່ອງ ແລະ ເຂົ້າໃຈດີ, ການໃຊ້ຄໍາເວົ້າ ແລະ ວິທີເວົ້າກໍບໍຄືເດັກອາຍຸ 3 ປີ. ອ້າຍບອສ ເກັ່ງໃນການເບິ່ງໂມງ ເຊັ່ນ: ໂມງຕົງ ແລະ ໂມງເຄິ່ງ. ບໍ່ພຽງແຕ່ເທົ່ານີ້ຄວາມຈໍາ ຂອງ ອ້າຍບອສ ແມ່ນສຸດຍອດທີ່ສຸດ. ຍົກຕົວຢ່າງ ມີຕອນໜຶ່ງທີ່ແມ່ອ້າຍບອສ ພານ້ອງຂີ່ລົດໃຫຍ່ ຜ່ານທາງເຮືອນ ພີ່ນ້ອງຢູ່ແຖວດົງໝ້ຽງ ແລ້ວເວົ້າໃຫ້ອ້າຍບອສຟັງ ວ່ານີ້ແມ່ນເຮືອນພີ່ນ້ອງ. ຫຼັງຈາກນັ້ນ ໄດ້ພາອ້າຍບອສ ກາຍມາເສັ້ນທາງນັ້ນອີກ, ອ້າຍບອສ ກໍທ້ວງຂຶ້ນມາທັນທີວ່າ ໄດ້ເຄີຍມາເສັ້ນທາງນີ້ແລ້ວ, ສ່ວນແມ່ເອງກໍຍັງບໍ່ຈື່ຈໍາຊໍ້າພໍລືມໄປວ່າເຄີຍພານ້ອງມາທາງນີ້, ພໍມາຫວນຄິດຢ່າງລະອຽດອີກຄັ້ງ ກໍແມ່ນຄວາມຈິງທີ່ໄດ້ເຄີຍມາອ້າຍບອສ ມາກ່ອນໜ້ານີ້ແລ້ວ. ບໍ່ພຽງແຕ່ເທົ່ານັ້ນ, ອ້າຍບອສຍັງເກັ່ງເລື່ອງພາສາລາວ ເກັ່ງໃນການຂີດຂຽນ ກ.ໄກ່, ຂ.ໄຂ່ ໄດ້ດ້ວຍຕົນເອງແບບບໍ່ຕ້ອງເບິ່ງ ປຶ້ມແບບຮຽນ.