Call: 021 419255 - 253155

ຜູ້ປົກຄອງນ້ອງບັອບບີ້

Shichida Parents Talk ການໂອ້ລົມສົນທະນາກັບພໍ່ແມ່ຜູ້ປົກຄອງ ວັນທີ 04/12/2020 (ວັນສຸກ) ເວລາ 18:00 – 18:30

ກ່ອນອື່ນໝົດ, ທາງຜູ້ບໍລິຫານ ແລະ ສາວຄູ ຊິຈິດະ ຕ້ອງຂໍສະແດງຄວາມຍ້ອງຍໍຊື່ນຊົມທີ່ແມ່ນ້ອງບັອບບີ້ ສ່ວນຫຼາຍແມ່ນລ້ຽງນ້ອງຄົນດຽວ, ຍ້ອນວ່າພໍ່ຂອງເພິ່ນເຮັດວຽກຢູ່ຕ່າງແຂວງບໍ່ຄ່ອຍໄດ້ມີເວລາມາລ້ຽງຊ່ວຍແມ່, ແຕ່ແມ່ກໍມີຄວາມພາກພຽນພະຍາຍາມ ແລະ ເອົາໃຈໃສ່ໃນການລ້ຽງລູກຄົນດຽວໃຫ້ດີທີ່ສຸດ.

ນ້ອງບັອບບີ້ເລີ່ມຕົ້ນມາຮຽນຢູ່ ສູນຊິຈິດະ ລາວ ຕັ້ງແຕ່ 6 ເດືອນ, ປະຈຸບັນອາຍຸ 2 ປີ 5 ເດືອນ. ຜ່ານການຮຽນຢູ່ ສູນ ຊິຈິດະ ລາວ ນ້ອງບັອບບີ້ມີພັດທະນາການຫຍັງແດ່ທີ່ດີຂຶ້ນ, ແມ່ຂອງນ້ອງບັອບບີ້ ເປີດເຜີຍ ແລະ ໂອ້ລົມກັບຜູ້ບໍລິຫານ ແລະ ສາວຄູ ຊິຈິດະ ຢ່າງຕົງໄປຕົງມາວ່າ:

  • ນ້ອງບັອບບີ້ເປັນເດັກທີ່ສະຫຼາດ ແລະ ຮຽນເກັ່ງກ່ວາໝູ່ໃນໂຮງຮຽນປະຈໍາ ກໍຄື ໂຮງຮຽນອະນຸບານຊ້າງນ້ອຍ.
  • ນ້ອງບັອບບີ້ເກັ່ງວິຊາຄະນິດສາດ ສາມາດນັບເລກ ໄດ້ 1 ຫາ 100 ແລະ ຂຽນຕົວເລກ 1 ຫາ 10 ໄດ້.
  • ໝູ່ເພື່ອນໃນໂຮງຮຽນປະຈໍາບໍ່ສາມາດຂຽນພາສາລາວ ກ.ໄກ່, ຂ.ໄຂ່ໄດ້ດີ, ແຕ່ວ່ານ້ອງບັອບບີ້ສາມາດຂຽນພາສາລາວໄດ້ດີຫຼາຍຢູ່ໂຮງຮຽນປະຈໍາ, ຍ້ອນວ່ານ້ອງໄດ້ມາຮຽນ ຊິຈິດະ ແຕ່ຕອນຍັງນ້ອຍນັ້ນເອງ.
  • ນ້ອງບັອບບີ້ໂອ້ລົມສົນທະນາ ແລະ ສື່ສານແບບຜູ້ໃຫຍ່, ສາມາດຕອບຄໍາຖາມທີ່ຜູ້ໃຫຍ່ຖາມໄດ້ຢ່າງຄ່ອງແຄ່ວ ແລະ ມີສິລະປະ.
X