Call: 021 419255 - 253155

ຄຳເຫັນຈາກປະທານ

ສະບາຍດີພໍ່ແມ່ຜູ້ປົກຄອງທຸກໆທ່ານທີ່ເຄົາລົບຮັກ ແລະ ນັບຖືຢ່າງສູງ.

ກ່ອນອື່ນໝົດຄູເຊັ່ງຂໍສະແດງຄວາມຮູ້ບຸນຄຸນຢ່າງຊາບຊື້ງ ແລະ ຂໍຂອບໃຈເປັນຢ່າງຍິ່ງມາຍັງພໍ່ແມ່ຜູ້ປົກຄອງທຸກໆທ່ານທີ່ໄດ້ຕັດສິນໃຈລົງທຶນໃຫ້ລູກໄດ້ມາຮຽນຮູ້ໃນຫ້ອງຮຽນຊິຈິດະແຫ່ງນີ້ ແລະ ຂໍຂອບໃຈນຳພໍ່ແມ່ຜູ້ປົກຄອງທທຸກໆທ່ານທີ່ຕິດຕາມ, ເປັນກຳລັງໃຈ ແລະ ສະໜັບສະໜູນຄູເຊັ່ງສະເໝີມາ.

ໃນຍຸກດີຈິຕໍ້ 4.0 ເຊິ່ງເປັນຍຸກອິນເຕີເນັດ ແລະ ຍຸກແຫ່ງຂໍ້ມູນຂ່າວສານອັນບໍ່ມີຂອບເຂດ ແລະ ບໍ່ມີພົມແດ່ນ, ການພັດທະນາການສຶກສາກ່ອນໄວຮຽນ, ການພັດທະນາເດັກ ແລະ ການລ້ຽງລູກໃຫ້ສະຫຼາດນັ້ນ, ພໍ່ແມ່ນເປັນພຽງໜ້າທີ່ຂອງພໍ່ແມ່ອີກຕໍ່ໄປ, ແຕ່ເປັນໜ້າທີ່ຂອງຄົນທັງຊາດໝົດທຸກຄົນຈະຕ້ອງໄດ້ຮ່ວມມືຮ່ວມແຮງຮ່ວມຈິດຮ່ວມໃຈສາມັກຄີກັນແບ່ງປັນຂໍ້ມູນໃນການລ້ຽງລູກເພື່ອສ້າງເດັກນ້ອຍລາວທຸກໆຄົນໃຫ້ກາຍເປັນເດັກທີ່ສະຫຼາດທາງສະຕິປັນຍາ, ເປັນເດັກດີເດັກເກັ່ງ, ມີຄວາມຄິດສ້າງສັນ , ສະໝອງໄວ, ຄິດໄລ່ໄວ, ເກັ່ງງຫຼາຍໆດ້ານ, ຮອບຮູ້ຫຼາຍໆແນວ, ມີຄວາມຈຳເລີດ, ມີສະມາທິສູງ, ສາມາດເວົ້າໄດ້ຫຼາຍໆພາສາ, ເປັນເດັກທີ່ມີຄຸນສົມບັດດີ, ນິໃສດີ, ອາລົມດີ, ຊື່ສັດບໍລິສຸດ, ຈິງໃຈ, ອົດທົນ, ມີຄວາມຮັບຜິດຊອບ, ມີຫົວໃຈບໍລິສຸດ ແລະ ສິ່ງສຳຄັນທີ່ສຸດຈະຕ້ອງເປັນຄົນກ້າຄິດກ້າຝັນ ແລະ ກ້າລົງມືເຮັດປະຕິບັດຕົວຈິງ.

ຍິ່ງຈຳນວນປະຊາກອນຂອງພວກເຮົາໜ້ອຍ, ຍິ່ງຈຳນວນເດັກຢູ່ບ້ານເຮົາໜ້ອຍ, ຍິ່ງຊັບພະຍາກອນທຳມະຊາດທີ່ຢູ່ໃນດິນຄ່ອຍໆໃຊ້ໝົດໄປແຕ່ລະມື້, ເຮົາຈະຕ້ອງຍິ່ງຂຸ້ນຂ້ຽວ, ເອົາໃຈໃສ່ ແລະ ມີຈຸດສຸມໃນການພັດທະນາເດັກໃຫ້ກາຍເປັນບຸກຄະລາກອນທີ່ເຕັມປ່ຽມໄປດ້ວຍມັນສະໝອງແຫ່ງສະຕິປັນຍາ, ເພາະຊັບພະຍາກອນທຳມະຊາດແມ່ນມີມື້ໃຊ້ໝົດ, ແຕ່ຊັບພະຍາກອນມະນຸດທີ່ໃຊ້ຄວາມຄິດສ້າງສັນທາງສະຕິປັນຍວນັ້ນໃຊ້ບໍ່ໝົດເປັນຈັກເທື່ອ.

ການສຶກສາແບບຊິຈິດະເນັ້ນໜັກໃນການສ້າງເດັກໃຫ້ມີຫົວໃຈທີ່ງົດງາມ, ມີຄວາມຝັນທີ່ຍິ່ງໃຫຍ່ ແລະ ມີຄວາມຄິດສ້າງສັນທາງສະຕິປັນຍາ. ເປັນການສຶກສາທີ່ພັດທະນາສະໝອງທຸກສ່ວນໃຫ້ລູກກາຍເປັນເດັກສະຫຼາດ ແລະ ມີພອນສະຫວັນຫຼາຍໆດ້ານເວົ້າລວມ, ເວົ້າສະເພາະກໍ່ແມ່ນການພັດທະນາສະໝອງເບື້ອງຂວາເຊິ່ງເປັນສະໝອງອັດສະລິຍະ ເພື່ອສ້າງເດັກໃຫ້ກາຍເປັນເດັກທີ່ສະໝອງໄວ, ຮັບຮູ້ໄວ, ຄິດໄລ່ໄວ, ມີສະມາທິສູງ, ມີຄວາມຈຳເລີດ, ມີຄວາມຄິດສ້າງສັນ ແລະ ການພັດທະນາສະໝອງເບື້ງຊ້າຍເພື່ອໃຫ້ເດັກເກັ່ງທາງດ້າພາສາລາວ, ພາສາຕ່າງປະເທດ, ວິເຄາະທິດສະດີເຫດຜົນໄດ້ເກັ່ງ ແລະ ສາມາດແກ້ໄຂ້ປັນຫາສະເພາະໜາ້ໄດ້ຢ່າງມີປະສິດທິພາບ.

ສຸດທ້າຍນີ້ຄູເຊັ່ງຫວັງຢ່າງຍິ່ງວ່າ ການສຶກສາແບບຊິຈິດະ ສາມມາດຕອບໂຈດໃນໃຈຜູ້ປົກຄອງໃນການສ້າງລູກໃຫ້ຈະເລີນກ້າວໜ້າທາງດ້ານສະຕິປັນຍາ ແລະ ປູພື້ນຖານໃຫ້ລູກຂອງພວກເຮົາທຸກໆຄົນປະສົບຜົນສຳເລັດເຖິງສູງສຸດໃນຊີວິດຂອງພວກເຂົາ.

ຂໍຂອບໃຈ

ຫັດສະຫວັນ ແຮມະນີ (ຄູເຊັ່ງ)

X